ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະມັດ​ຕະ​ພາບ​ຂອງ​ລູກ​ສອນ​ໄຟ​ ນຳ​ວິຖີ AGM-84 ຮາ​ພູນ


     ລູກ​ສອນ​ໄຟ​ນຳ​ວິຖີ AGM-84 ຮາ​ພູນ ເປັນ​ລະບົບ​ລູກ​ສອນ​ໄຟ​ນຳ​ວິຖີ​ພື້ນ​ສູ່​ພື້ນ ແລະ ອາກາດ​ສູ່​ພື້ນ ໂຈມ​ຕີ​ເຮືອ​ຮົບ​ເທິງ​ໜ້ານ້ຳ​ໄລຍະ​
ໄກ ໃຊ້​ໄດ້​ທຸກ​ສະພາບ​ອາກາດພັດທະນາ ແລະ ຜະລິດ ໂດຍ​ບໍລິສັດ ແມັດ​ຄອນ​ເນ​ດັກ​ລາ (ປັດຈຸບັນ​ເປັນ​ສ່ວນ​ໜຶ່ງ​ຂອງ​ບໍລິສັດ​ໂບ​ອິ້ງ) ລູກ
​ສອນ​ໄຟ​ດັ່ງກ່າວ​ໄດ້​ຜະລິດ​ອອກ​ມາ​ຫຼາຍ​ກວ່າ 7.000 ລູກ​ ນັບ​ຕັ້ງແແຕ່​ເປີດ​ໂຕ​ມາ. ລູກ​ສອນ​ໄຟ​ລຸ້ນ​ດັ່ງກ່າວ​ໄດ້​ຮັບ​ການ​ພັດທະນາ ແລະ
ປັບປຸງ​ມາ​ຫຼາຍ​ຄັ້ງ​ໃນ​ຫຼາຍ​ຊື່ ເຊັ່ນ: ບ໋ອກ I, ບ໋ອກ II, ບ໋ອກ ID ແລະ ບ໋ອກ IG ມາ​ຮອດ​ປັດຈຸບັນ​ໄດ້​ພັດທະນາ​ມາ​ເປັນ​ຊື່ ບ໋ອກ III ນອກ
ຈາກ​ນີ້​ຍັງ​ມີ​ການ​ພັດທະນາ​ລະບົບ​ລູກ​ສອນ​ໄຟ ຮາ​ພູນ ໃຫ້​ເປັນ​ລຸ້ນ​ໂຈມ​ຕີ​ພາກ​ພື້ນ​ດິນ​ເຊິ່ງ​ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ: ສະ​ແລມ ( Standoff Land
Attack Missile ). ລູກ​ສອນ​ໄຟ ຮາ​ພູນ ໃຊ້​ຣາ ​ດາ​ແອດ​ທິບ​ໂຮມ​ມິງ ເຊິ່ງເປັນລະບົບ​ນຳ​ທາງ ​ເພື່ອ​ຊອກຫາ​ເປົ້າ​ໝາຍ ໂດຍ​ຈະ​ບິນ​ລຽບ
​ຕາມສາຍ​ນ້ຳ​ໃນລະດັບ​ຕ່ຳ​ ເພື່ອ​ໃຫ້​ຫຼົບ ຫຼີກ​ການ​ກວດ​ຈັບ​ຈາກ​ຣາ​ດາຝ່າຍ​ກົງກັນຂ້າມ, ສາມາດ​ຍິງ​ໄດ້​ທັງ​ຈາກ​ເຮືອ​ໜ້ານ້ຳ, ເຮືອ​ດຳ​ນ້ຳ, ເຄື່ອງ
ບິນ ແລະ ຈາກ​ຖານ​ຍິງ​ເທິງ​ບົກ. ອີງ​ຕາມ​ຂໍ້​ມູນ​ລູກ​ສອນ​ໄຟ​ດັ່ງກ່າວ​ມີ​ນ້ຳ​ໝັກ 691 ກິ​ໂລກ​ຣາມ, ມີ​ຄວາມ​ຍາວ 3,8 ແມັດ, ມີ​ເສັ້ນ​ຜ່າ​ກາງ
0,34 ແມັດ, ຕິດ​ຫົວ​ຣົບ​ໜັກ 221 ກິ​ໂລກ​ຣາມ, ຍິງ​ໄດ້​ໄກ​ເຖິງ 124 ກິໂລແມັດ, ຄວາມ​ໄວ​ສະເລ່ຍ 864 ກິໂລແມັດ/ຊົ່ວໂມງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/04/2024